ຫໍສະໝຸດ ໄດ້ຮັບປຶ້ມ"ຈົດໝາຍເຖິງຫຼານ" ແລະ ປຶ້ມ "ເມື່ອທ່ານເປັນນາຍົກ”

ຫໍສະໝຸດ ໄດ້ຮັບປຶ້ມ"ຈົດໝາຍເຖິງຫຼານ" ແລະ ປຶ້ມ "ເມື່ອທ່ານເປັນນາຍົກ”

ຫໍສະໝຸດ ໄດ້ຮັບປຶ້ມ"ຈົດໝາຍເຖິງຫຼານ" ແລະ ປຶ້ມ "ເມື່ອທ່ານເປັນນາຍົກ”
ທ່ານນາງ ມະໄລວຽງ ສາກົນນິຍົມ ແລະ ທ່ານ ສຸທຳ ສາກົນນິຍົມໄດ້ມອບປຶ້ມໃຫ້ຫໍສະໝຸດພິພິທະພັນ ໄກສອນ ພົມວິຫານໃນວັນທີ 19 ມີນາ ຜ່ານມານີ້ ທີ່ຫໍສະໝຸດພິພິທະພັນ ໄກສອນ ພົມວິຫານ.

ປື້ມທີ່ມີຊື່ວ່າ: "ຈົດໝາຍເຖິງຫຼານ" ແລະ ປື້ມ "ເມື່ອທ່ານເປັນນາຍົກ" (ສະບັບພາສາລາວ ແລະ ພາສາອັງກິດ) ໃຫ້ກັບຫໍສະໝຸດພິພິທະພັນ ໄກສອນ ພົມວິຫານລວມມູນຄ່າ ຫຼາຍກວ່າ 5 ລ້ານກີບ.ຮັບໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ທ່ານ ສຸທຳ ສາກົນນິຍົມ ກ່າວວ່າ: ຈຸດປະສົງຂອງການນໍາປື້ມມາມອບຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການກະກຽມສະເຫຼີມສະຫຼອງ 3ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນເກີດ ປະທານໄກສອນ ພົມວິການ ຄົບຮອບ 105 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ແລະ ຍັງກ່າວຕື່ມອີກວ່າ: ຢາກເປັນນັກຂຽນ, ນັກແຕ່ງ ແລະ ນັກປາຖະກະຖາໄດ້ດີ ກ່ອນອື່ນ ຕ້ອງເປັນຜູ້ທີ່ມັກອ່ານສາກ່ອນ ແຕ່ສິ່ງບັນດານໃຈ ກໍປະກອບດ້ວຍ ຜູ້ທີ່ມີພອນສະຫວັນມາແຕ່ກໍາເນີດ, ພອນສະແຫວງ(ຜູ້ທີ່ມັກຊອກຫາຄວາມຮູ້-ຄົ້ນຄວ້າຮໍ່າຮຽນ) ແລະ ສິ່ງສໍາຄັນ ແມ່ນດ້ວຍຈິດໃຈມັກ. ຈາກນັ້ນ , ທ່ານ ໄຊຍະລາດ ພົງຍາລັກ ສະແດງຄວາມຂອບໃຈຕໍ່ທ່ານນາງ ມະໄລວຽງ ສາກົນນິຍົມ ແລະ ທ່ານ ສຸທຳ ສາກົນນິຍົມ ທີ່ໄດ້ນໍາປຶ້ມມາມອບໃຫ້ໃນຄັ້ງນີ້ ແລະ ຈະເກັບຮັກສາໄວ້ໃນຫໍສະໝຸດ, ເພື່ອສະໜອງໃຫ້ບັນດານັກຮຽນ, ນັກສຶກສາ, ນັກຄົ້ນຄວ້າ ໄດ້ນໍາເອົາບົດຮຽນທີ່ດີງາມໃນປຶ້ມດັ່ງກ່າວ ນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ໃນຕອນເຊົ້າຂອງວັນທີ 5 ມິຖຸນານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຂຶ້ນພາຍໃຕ້ຫົວຂໍ້: “ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2”. ກອງປະຊຸມສໍາມະນາໃນຄັ້ງນີ້ມີຈຸດປະສົງເພື່ອເປັນການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື
ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ໄດ້ປະຕິບັດການຍິງລູກປືນແທ້ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 27 ພຶດສະພາ ຫາ ວັນທີ 4 ມິຖຸນາ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີສະຫາຍ ພັນເອກ ຄຳສາຍ ມົນດວງສີງ ຫົວໜ້າການເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ນໍາເອົາເງິນຈໍານວນ 144 ລ້ານກີບ ທີ່ໄດ້ຈາກການຊ່ວຍເຫຼືອ ຂອງຄະນະພັກ-ອົງການປົກຄອງແຂວງກວາງນາມ ສສ ຫວຽດນາມ ມອບໃຫ້ການນໍາເມືອງກະລຶມ ເພື່ອມອບຕໍ່ໃຫ້ປະຊາຊົນບ້ານຕະລຸຍ ທີ່ປະສົບອັກຄີໄພ (ໄຟໄໝ້ເຮືອນ) ໃນວັນທີ 3 ເມສາ 2025 ຜ່ານມາ, ກ່າວຮັບໂດຍທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງາຍພັກເມືອງກະລຶມ.
ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຄົບຮອບ 45 ປີ, ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນເມື່ອບໍ່ດົນຜ່ານມາ, ທີ່ວັດປ່າບ້ານທົ່ງນ້ອຍ. ພາຍໄຕ້ການເປັນປະທານຂອງທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງປາກກະດິງ.
ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກລາຍຮັບຈາກພາສີປະຈຳແຂວງສະຫວັນນະເຂດຈໍານວນ 1,778 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ເດືອນຕົ້ນປີ 2025 ສາມາດເກັບລາຍໄດ້ທັງໝົດ 772.04 ຕື້ກີບ ເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕື້ກີບ.
ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ພິທີມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ສສ ຫວຽດນາມ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາຜ່ານມາ, ຢູ່ທີ່ບ້ານປ່າຄາ ເມືອງລອງ ໂດຍມີທ່ານ ນາງ ບົວວັນ ພົມມະລິດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທ່ານ ສາຍທອງ ບຸນວິໄລ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຕາງໜ້າຄະນະຄຸ້ມຄອງຊາວຫວຽດນາມ, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.
ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນວັນທີ 2 ມິຖຸນາຜ່ານມາ, ກອງພັນທີ 2 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2,
ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 2 ມິຖຸນານີ້ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມີຖຸນາ 1980-ວັນທີ 1 ມີຖຸນາ 2025) ແລະ ວັນເດັກນ້ອຍສາກົນຄົບຮອບ 100 ປີ (ວັນທີ 1 ມີຖຸນາ 1925-ວັນທີ 1 ມີຖຸນາ 2025) ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ, ມີທ່ານ ພິມແກ້ວ ທໍາລະສິນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊຍະບູລີ ສະຫຼອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ

ໄຊຍະບູລີ ສະຫຼອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ

ໃນວັນທີ 2 ມິຖຸນານີ້ ຢູ່ທີ່ຫ້ອງການບ້ານພັດທະນາຫຼາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດ ພິທີສະຫຼອງວັນເດັກສາກົນ ຄົບຮອບ 100 ປີ (1 ມິຖຸນາ 1925-01 ມິຖຸນາ 2025) ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 36 ປີ ຂຶ້ນ.
ຈໍາປາສັກ ສຸມໃສ່ປູກໄມ້​ເພື່ອເພີ່ມພື້ນທີ່ສີຂຽວ

ຈໍາປາສັກ ສຸມໃສ່ປູກໄມ້​ເພື່ອເພີ່ມພື້ນທີ່ສີຂຽວ

ວັນທີ 2 ມິຖຸນາ​ນີ້,​ ພະແນກກະສິກໍາ ແລະ​ ປ່າໄມ້ແຂວງຈໍາປາສັກ ຮ່ວມກັບ​ ຄະນະ​ພັກ - ອົງການປົກຄອງເມືອງປະທຸມພອນ, ອຸທິຍານແຫ່ງຊາດດົງຫົວສາວ ແລະ​ ອົງການຫຼຸດຜ່ອນການປ່ອຍອາຍພິດຈາກການທໍາລາຍປ່າໄມ້,​ ການເຊື່ອມໂຊມຂອງປ່າໄມ້ " ເຣດດ +" ຫຼື​ Reducing Emissions from Deforestation and Forest Degradation (REDD+) ໂຄງການຮວມມື ລາວ​ -​ ເກົາຫຼີ​ ໄດ້ຈັດພິທີປູກຕົ້ນໄມ້​ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ 1 ມິຖຸນາ ແລະ ວັນເດັກນ້ອຍສາກົນ.​
ເພີ່ມເຕີມ